ໂທລະພາບແຫ່ງຊາດລາວ

English

 

ໂທລະພາບແຫ່ງຊາດລາວ

ແຫຼ່ງຂ່າວສານ ສາລະ ບັນເທີງ ສຳລັບທ່ານ

 

 

ຄວາມເປັນມາຂອງ ໂທລະພາບແຫ່ງຊາດລາວ

ປະຕິບັດຕາມການຊີ້ນຳຂອງ ກົມການເມືອງສູນກາງພັກ ກໍຄືລັດຖະບານ, ພາຍໃຕ້ການຊີ້ນຳໂດຍກົງຂອງ ກະຊວງ ຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະກະກຽມສ້າງຕັ້ງໂທລະພາບ; ເລີ່ມແຕ່ປີ 1980 ໄດ້ມີການກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ກໍຄືພື້ນຖານວັດຖຸເຕັກນິກ. ໄດ້ທຳການທົດລອງກະຈາຍສັນຍານ ໂທລະພາບຄັ້ງທຳອິດໃນວັນທີ 15 ເມສາ 1980 ໂດຍອາໃສພື້ນຖານທາງດ້ານເຕັກນິກເຄື່ອງສົ່ງຂອງໂຮງຮຽນເອເລັກໂຕຼນິກຊັ້ນກາງວຽງຈັນ. ນັ້ນໄດ້ເປັນຈຸດເລີ່ມຕົ້ນຂອງການກຳເນີດ ໂທລະພາບລາວ. ຜ່ານການກະກຽມມາໄລຍະໜື່ງ, ຮອດວັນທີ 1 ທັນວາ 1983 ທີ່ນະຄອນຫຼວງວຽງຈັນ ໂທລະພາບແຫ່ງລັດໄດ້ຖືກສ້າງຕັ້ງຂື້ນ ແລະ ເປີດການກະຈາຍເປັນທາງການ, ຊື່ງໃນຕອນນັ້ນມີພະນັກງານວິຊາການພຽງແຕ່ 15 ຄົນ.

 

ໃນເບື້ອງຕົ້ນ ໂທລະພາບແຫ່ງລັດ ໄດ້ອອກອາກາດອາທິດລະ 3 ມື້ ຄື: ວັນຈັນ,​ ວັນພຸດ ແລະ ວັນສຸກ, ມື້ໜື່ງ 3 ຊົ່ວໂມງ, ແຕ່ກໍມີການຕອບຮັບຈາກຜູ້ຊົມເປັນຢ່າງດີ. ລາຍການທີ່ອອກອາກາດປະກອບດ້ວຍ ຂ່າວພາຍໃນ, ຂ່າວຕ່າງປະເທດ,​ ຮູບເງົາ, ສາລະຄະດີ ແລະ ສິລະປະ. ລາຍການທີ່ມີລັກສະນະລຽບງ່າຍ ເນັ້ນເນື້ອໃນເປັນຫຼັກ.

 

ທາງດ້ານເຕັກນິກ, ເຄື່ງສົ່ງທີ່ໃຊ້ໃນການກະຈາຍແມ່ນມີກຳລັງສົ່ງ 100 ວັດ, ສາມາດກະຈາຍສັນຍານກວມພື້ນທີ່ສ່ວນໜື່ງຂອງນະຄອນຫຼວງວຽງຈັນ.

 

ປີ 1986 ພາຍຫຼັງທີ່ໄດ້ມີນະໂຍບາຍຈີນຕະນາການໃໝ່ຂອງພັກ ການພັດທະນາເສດຖະກິດບົນພື້ນຖານກົນໄກຕະຫຼາດ ຕາມທິດສັງຄົມນິຍົມ,​ ໂທລະພາບແຫ່ງລັດ ເລີ່ມມີການພັດທະນາຕົນເອງ ທາງດ້ານປະລິມານ ແລະ ຄຸນນະພາບ,​ ຈຳນວນພະນັກງານກໍເພີ່ມຈາກ 40 ຄົນ ມາເປັນ 70 ກວ່າຄົນ. ການອອກອາກາດ 3 ມື້ຕໍ່ອາທິດ ກາຍເປັນ 5 ມື້ຕໍ່ອາທິດ,​ ຊົ່ວໂມງການອອກອາກາດ ໄດ້ເພີ່ມຂື້ນ 50% ເຄື່ອງສົ່ງໄດ້ຖືກຍົກລະດັບ ຈາກ 100 ວັດ ມາເປັນ 1 ກິໂລວັດ.

 

ປີ 1992 ໂທລະພາບແຫ່ງລັດ ໄດ້ແຍກຕົວຈາກຄະນະອຳນວຍການວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ມາເປັນ ຄະນະອຳນວຍການໂທລະພາບແຫ່ງຊາດ, ມີສາຍຕັ້ງຂື້ນກັບ ກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທຳ.

 

ປີ 1993 ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ,​ ໂທລະພາບແຫ່ງຊາດ ໄດ້ມີອາຄານຫຼັງໃໝ່ ທີ່ປະກອບມີ ອຸປະກອນເຕັກນິກຄົບຊຸດ ຄຽງຄູ່ກັບການປັບປຸງດ້ານເຕັກນິກ, ຈຳນວນພະນັກງານເພີ່ມຂື້ນເຖີງ 104 ຄົນ, ຈຳນວນລາຍການກໍໄດ້ເພີ່ມຂື້ນ, ຊົ່ວໂມງອອກອາກາດກໍເພີ່ມຂື້ນຈາກ 5 ມື້ຕໍ່ອາທິດມາເປັນທຸກໆມື້, ມື້ລະ 11 ຊົ່ວໂມງ.

 

ເລີ່ມປີ 1994 ໄດ້ມີການຖ່າຍທອດ ຜ່ານດາວທຽມ, ຈາກນັ້ນມາ ສະຖານນີທ້ອງຖີ່ນ ທີ່ເປັນສາຂາສະຖານນີໂທລະພາບ ກໍໄດ້ຮັບການສ້າງຕັ້ງຂື້ນເພື່ອສົ່ງຕໍ່ລາຍການຂອງໂທລະພາບແຫ່ງ ຊາດ, ຊື່ງມາຮອດມື້ນີ້ ຮວມມີ 30 ແຫ່ງ.

 

ປີ 1995 ໂທລະພາບແຫ່ງຊາດລາວ ໄດ້ເພີ່ມຊ່ອງອອກອາກາດ ເປັນ 2 ຊ່ອງຄື: ທຊລ1 ແລະ ທຊລ3, ຊື່ງໃນເມື່ອກ່ອນ ທຊລ3 ເປັນຊ່ອງສະຖານນີຮ່ວມມືກັບເອກະຊົນຕ່າງປະເທດ. ນອກຈາກນັ້ນ ປີ 1998 - 2006 ໂທລະພາບແຫ່ງຊາດລາວ ຍັງໄດ້ຮ່ວມມືກັບຊ່ອງໂທລະພາບຝຣັ່ງສາກົນ ເພື່ອກະຈາຍລາຍການເປັນພາສາຝຣັ່ງ ທາງຊ່ອງ 5 ແລະ ໃນປີ 2006 ໄດ້ປ່ຽນມາເປັນພະແນກຂ່າວພາສາຝຣັ່ງ.

 

ທ້າຍປີ 1999, ໄດ້ເຕົ້າໂຮມເອົາ ທຊລ1 ແລະ ທຊລ3 ເຂົ້າມາເປັນອຳນວຍການດຽວກັນ, ເປົ້າໝາຍຫຼັກຂອງການເຕົ້າໂຮມເອົາ 2 ສະຖານີ ເຂົ້າເປັນຄະນະອຳນວຍການດຽວກັນແມ່ນເພື່ອເຕົ້າໂຮມບຸກຄະລາກອນ ແລະ ອຸປະກອນເຕັກນິກ ໃຫ້ມີຄວາມເຂັ້ມແຂງ ສຸມໃສ່ພັດທະນາວຽກງານ ໂທລະພາບລາວໃຫ້ດີຂື້ນກວ່າເກົ່າ.

 

ປີ 2000 ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສ.ສ ຫວຽດນາມ, ເຄື່ອງສົ່ງ ທຊລ1 ກໍໄດ້ຮັບການປັບປຸງ ຈາກ 5 ກິໂລວັດ ເປັນ 10 ກິໂລວັດ.

 

ປີ 2003 ໄດ້ມີພາກຂ່າວພາສາຝຣັ່ງ - ອັງກິດ

ປີ 2009 ໄດ້ມີພາກຂ່າວພາສາຊົນເຜົ່າມົ້ງ ແລະ ກຶມມຸ

 

ນັບແຕ່ປີ 2006 ເຖີງປະຈຸບັນ ພາລະບົດບາດຂອງໂທລະພາບ ແລະ ອຳນວຍການໂທລະພາບ ໄດ້ຮັບການປັບປຸງໃໝ່. 

 

ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ລັດຖະບານ ສ.ປ ຈີນ ໃນການປັບປຸງ ໂທລະພາບແຫ່ງຊາດລາວ ຊ່ອງ 3 ລວມມູນຄ່າ 10 ລ້ານໂດລາສະຫະລັດ ນັບແຕ່ປີ 2009 ເປັນຕົ້ນມາ ໂທລະພາບແຫ່ງຊາດລາວພວກເຮົາກໍມີຄວາມເຂັ້ນແຂງຂື້ນກວ່າເກົ່າ.

 

ໂທລະພາບແຫ່ງຊາດລາວ (ທຊລ)  ຂຶ້ນກັບ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນສື່ອີເລັກໂຕຣນິກ ທີ່ນຳສະເໜີພາບ ແລະ ສຽງໃນເວລາດຽວກັນ, ມີພາລະບົດບາດໂຄສະນາ ເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ຂໍ້ກຳນົດກົດໝາຍ,  ແຜນພັດທະນາເສດຖະກິດ - ສັງຄົມຂອງລັດ ໄປສູ່ປະຊາຊົນ ດ້ວຍຫຼາຍຮູບແບບ ແລະ ມີສີສັນ ພ້ອມນຳແນວຄວາມຄິດເຫັນ ຂອງປະຊາຊົນສ່ອງແສງຕໍ່ພັກ - ລັດ ແລະ ສັງຄົມຢ່າງກ້ວາງຂວາງ.

 

 

 

ຄຳເຫັນຂອງຜູ້ອຳນວຍການໃຫຍ່:

 

ທ່ານ ປອ. ອຳຄາ ວົງໝື່ນກ້າ, ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ.

ຕະຫຼອດໄລຍະ 40ປີ ທີ່ຜ່ານມາ, ໂທລະພາບແຫ່ງຊາດລາວ ພາຍໃຕ້ການນຳພາຂອງພັກ-ລັດ ໂດຍມີຄະນະພັກ-ຄະນະນຳກະຊວງຖະແຫຼງ

ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ຊີ້ນຳ-ນຳພາໂດຍກົງ ໄດ້ເຮັດໜ້າທີ່ໆມີກຽດສະຫງ່າງາມຂອງຕົນ ເປັນອົງການສື່ມວນຊົນໜຶ່ງ ທີ່

ມີປະສິດທິພາບ ໃນການກະຈາຍຂໍ້ມູນຂ່າວສານ ທີ່ສຳຄັນຂອງພັກ-ລັດ ແລະ ສັງຄົມ, ສ່ອງແສງເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງ

ປະເທດໄດ້ຢ່າງວ່ອງໄວ, ຕ້ານປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ ແລະ ຖ້ອຍທຳນອງບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ ຂອງຜູ້ບໍ່ຫວັງດີຕໍ່

ຜົນສຳເລັດ ໃນການປົກປັກຮັກສາ ພັດທະນາປະເທດຊາດ. ຄຽງຄູ່ກັນນີ້ ໂທລະພາບແຫ່ງຊາດລາວ ໄດ້ໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ມວນ

ຊົນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ,​ ບັນເທີງ ແລະ ການສົ່ງເສີມອານຸລັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີ

ງາມຂອງປະຊາຊົນລາວ ບັນດາເຜົ່າ.

ນະໂອກາດນີ້, ຕາງໜ້າຄະນະອຳນວຍການໃຫຍ່, ພະນັກງານລັດຖະກອນ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໃຫຍ່ຫຼວງຕໍ່ພັກ ແລະ 

ລັດຖະບານ ທີ່ຍາມໃດກໍ່ເອົາໃຈໃສ່ຊີ້ນຳ-ນຳພາ ພ້ອມກັບບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ 

ທີ່ໄດ້ໃຫ້ການຮ່ວມມື ປະກອບຄຳຄິດຄຳເຫັນ-ສົ່ງຂ່າວໃຫ້ແກ່ ທຊລ ເພື່ອປັບປຸງພັດທະນາຕົນເອງໃຫ້ດີຂື້ນໄປເລື້ອຍໆ.

 

40 ປີ ແຫ່ງການສ້າງຕັ້ງ ທຊລ

 

1983 ໄລຍະບຸກເບີກ (1980-1985): 

ມີຊື່ວ່າໂທລະພາບແຫ່ງລັດ, ອອກອາກາດທາງພາກພື້ນດີນ ໃນນະຄອນຫຼວງວຽງຈັນ ເປັນລະບົບອານາລ໋ອກ ດ້ວຍແຮງສົ່ງ 100 ວັດ, ອອກ

ອາກາດ 3 ມື້ ຕໍ່ອາທິດ, 3 ຊົວໂມງຕໍ່ມື້,​ ມີຂ່າວພາຍໃນ, ຂ່າວຕ່າງປະເທດ, ຮູບເງົາ, ສາລະຄະດີ ແລະ ບັນເທີງ, ມີຄະນະອຳນວຍການ 3

ທ່ານ, ມີ 4 ພະແນກຄື: ຂ່າວ, ບັນເທີງ, ເຕັກນິກ ແລະ ບໍລິຫານ, ມີພະນັກງານ 40 ກວ່າຄົນ.

 

1986 ພັດທະນາ:

ພັດທະນາດ້ານປະລິມານ ແລະ ຄຸນນະພາບ, ມີພະນັກງານ 70 ກວ່າຄົນ, ອອກອາກາດ 5 ມື້ຕໍ່ອາທິດ, ແຮງສົ່ງ 1 ກິໂລວັດ.

 

1992 ປ່ຽນຊື່ (1990-1995):

ປ່ຽນຈາກໂທລະພາບແຫ່ງລັດ ເປັນ ໂທລະພາບແຫ່ງຊາດລາວ ຫຼື ທຊລ.

 

1993 ຮັບການຊ່ວຍເຫຼືອ:

ທຊລ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສ້າງອາຄານ ແລະ ອຸປະກອນທີ່ທັນສະໄໝ. ທຊລ ໄດ້ຂະຫຍາຍພະນັກງານ ວິຊາການ

140 ຄົນ, ອອກອາກາດ 7 ມື້ຕໍ່ອາທິດ.

 

1994 ຖ່າຍທອດຜ່ານດາວທຽມ:

ການຖ່າຍທອດລາຍການແມ່ນຜ່ານດາວທຽມ ແລະ ສະຖານນີໂທລະພາບທ່ອງຖີ່ນ ທີ່ເປັນສາຂາກໍ່ໄດ້ຮັບການສ້າງຕັ້ງຂື້ນ.

 

1995 ຂື້ນກັບ ຖວທ (1995-2005):

ທຊລ ທີ່ຂື້ນກັບກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ມີ 2 ຊ່ອງ ຄື: ທຊລ 1 ແລະ ສທລ 3.

 

1999 ລວມ ທຊລ1 ແລະ ທຊລ3 (2005-2010):

ລວມ ທຊລ1 ແລະ ທຊລ3 ເຂົ້າເປັນອຳນວຍການດຽວ ແລະ ປ່ຽນຊື່ ຊ່ອງ ສທລ 3 ມາເປັນ ທຊລ 3 ຈົນເຖິງປະຈຸບັນ.

 

2009 ຂ່າວພາສາຊົນເຜົ່າ:

ເພີ່ມພາກຂ່າວພາສາຊົນເຜົ່າຂື້ນ ຄື: ພາກຂ່າວພາສາມົ້ງ ແລະ ກືມໝຸ. ທຊລ 3 ໄດ້ຮັບການຊ່ວຍເຫຼືອຈາກ ສປ.ຈີນ ໃນການປັບປຸງ ດ້ານ

ອາຄານ ແລະ ອຸປະກອນທາງດ້ານເຕັກນິກ, ທຊລ 3 ຈືງໄດ້ຂະຫຍາຍເວລາໃນການອອກອາກາດ ເປັນ 24 ຊົ່ວໂມງຕໍ່ມື້, ແລະ ທຊລ 1 

ແມ່ນ 18 ຊົ່ວໂມງຕໍ່ມື້.

 

2015 ຂ່າວພາສາຫວຽດນາມ:

ເພີ່ມພາກຂ່າວພາສາຫວຽດນາມ, ໂທລະພາບແຫ່ງຊາດລາວ ເປັນສູນກາງຜະລິດຂ່າວ ແລະ ກະຈາຍຂ່າວໃຫ້ໂທລະພາບລາວ ອ້ອມຂ້າງສູນ

ກາງ ແລະ ບັນດາໂທລະພາບເຄືອຂ່າຍຕ່າງແຂວງ.

 

2020 ປັບປຸ່ງໂຄງຮ່າງ: 

ປັບປຸງໂຄງຮ່າງການຈັດຕັ້ງ ໂດຍມີຄະນະອຳນວຍການໃຫຍ່ 6 ທ່ານ, ມີ 16 ພະແນກການ ແລະ ພະນັກງານ 300 ກວ່າຄົນ. ອັບໂຫຼດ

ຂ່າວ ແລະ ລາຍການຂື້ນ Youtube. ສະຖານີຖ່າຍທອດຕໍ່ລາຍການວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ 4 ເຂດຄື ແຂວງອຸດົມ

ໄຊ, ຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ.

 

2023 ປັບປຸງໂຄງຮ່າງໃໝ່:

ປັບປຸງໂຄງຮ່າງການຈັດຕັ້ງໂດຍມີຄະນະອຳນວຍການໃຫຍ່ 5 ທ່ານ, ມີ 13 ພະແນກການ ແລະ ພະນັກງານລັດຖະກອນ 228 ຄົນ. ອັບ

ໂຫຼດຂ່າວ ແລະ ລາຍການຂື້ນ Facebook, YoutubeF tiktok ແລະ ອື່ນໆ. ລະບົດອອກອາກາດ ພາກພື້ນດີນໄດ້ ຫັນປ່ຽນຈາກ

ລະບົບອານາລ໋ອກ ມາເປັນດີຈີຕອນ.

 

Ban Sivilay Village, Xaythany District, Vientiane Capital, Lao PDR
Phone: +856-21-711367
Fax:+856-21-710182
Email:info@lntv.gov.la

ລິຂະສິດ © 2020 ໂທລະພາບແຫ່ງຊາດລາວ ສະຫງວນລິຂະສິດທຸກຢ່າງ.